ພຣະວໍຣະສານ ໂດຍນັກບຸນຢວງ
ເວລາທີ່ພຣະເຢຊູຕ້ອງຈາກໂລກ ເມືອຫາພຣະບິດາ ໃກ້ຈະມາເຖິງແລ້ວ ພຣະອົງຊົງເງີຍພຣະພັກຂຶ້ນຟ້າ ພາວະນາວ່າດັ່ງນີ້: “ໂອພຣະບິດາ ຜູ້ສັກສິດ, ໂຜດປົກປັກຮັກສາ ພວກທີ່ພຣະອົງໄດ້ມອບໃຫ້ລູກ ໃນນາມຂອງພຣະອົງ ເພື່ອໃຫ້ພວກເຂົາ ໄດ້ເປັນໜຶ່ງດຽວຄືພວກເຮົາ. ເມື່ອເວລາລູກຢູ່ນຳພວກເຂົາ, ລູກກໍໄດ້ປົກປັກຮັກສາ ພວກທີ່ພຣະອົງໄດ້ມອບໃຫ້ ໃນນາມຂອງພຣະອົງ. ລູກໄດ້ເບິ່ງແຍງພວກເຂົາ ແລະບໍ່ມີໃຜໃນພວກເຂົາຕ້ອງເສຍໄປ, ເວັ້ນແຕ່ລູກແຫ່ງຄວາມຈິບຫາຍ ເພື່ອໃຫ້ສຳເລັດຕາມພຣະຄຳພີ. ດຽວນີ້ ລູກຫລົບເມືອຫາພຣະອົງ. ລູກບອກເລື່ອງນີ້ໃຫ້ເຂົາຮູ້ ຕັ້ງແຕ່ເວລາ ລູກຍັງຢູ່ໃນໂລກ ເພື່ອໃຫ້ພວກເຂົາ ໄດ້ຮັບຄວາມຍິນດີຂອງລູກ ຢ່າງເຕັມພຽບ. ລູກໄດ້ມອບພຣະວາຈາ ຂອງພຣະອົງ ໃຫ້ພວກເຂົາ, ແລະໂລກເລີຍຊັງພວກເຂົາ, ຍ້ອນພວກເຂົາບໍ່ເປັນຂອງໂລກ ຄືລູກເອງບໍ່ເປັນຂອງໂລກນັ້ນແລ້ວ. ລູກບໍ່ວອນຂໍພຣະອົງ ເອົາພວກເຂົາອອກຈາກໂລກ, ແຕ່ຂໍປ້ອງກັນພວກເຂົາ ໃຫ້ຫວິດຈາກຜີຊົ່ວຮ້າຍ. ພວກເຂົາບໍ່ເປັນຂອງໂລກ ຄືລູກເອງບໍ່ເປັນຂອງໂລກ. ໂຜດບັນດານ ໃຫ້ພວກເຂົາສັກສິດ ໃນຄວາມສັດຈິງ. ພຣະວາຈາຂອງພຣະອົງ ແມ່ນຄວາມສັດຈິງ. ພຣະອົງໄດ້ຊົງໃຊ້ລູກ ມາໃນໂລກນີ້ ຢ່າງໃດ, ລູກຈະໃຊ້ພວກເຂົາໄປ ໃນໂລກຢ່າງນັ້ນດ້ວຍ. ລູກສະລະເພື່ອພວກເຂົາ, ເພື່ອໃຫ້ພວກເຂົາ ເປັນຜູ້ສັກສິດ ໃນຄວາມສັດຈິງ.”